ຕຳແໜ່ງວ່າງ

ພະນັກງານການຕະຫຼາດອາວຸໂສ – ປະກັນໄພທົ່ວໄປ  (1 ຕໍາແໜ່ງ)

Senior Marketing Staff, General Insurance 

ພະນັກງານການຕະຫຼາດອາວຸໂສ ຈະມີບົດບາດສໍາຄັນໃນການຊ່ວຍຊີ້ນໍາວຽກງານຂອງພະນັກງານການຕະຫຼາດ ເພື່ອໃຫ້ວຽກງານມີຄຸນນະພາບສອດຄ່ອງກັບເປົ້າໝາຍລວມ. ຊ່ວຍຜູ້ຈັດການດ້ານການຕະຫຼາດສ້າງກິດຈະກໍາຕ່າງໆ ເພື່ອສຸມໃສ່ການຂັບເຄື່ອນວຽກການຂາຍ ຂະຍາຍຖານລູກຄ້າ ແລະ ຕົວແທນ ແລະ ຊອກຫາຊ່ອງທາງໃໝ່ໆ ເພື່ອສົ່ງເສີມການຂາຍໃຫ້ໄດ້ຕາມເປົ້າ.

  • ປະລິນຍາຕີສາຂາການຕະຫຼາດ, ບໍລິຫານທຸລະກິດ ຫຼື ສາຍທີ່ກ່ຽວຂ້ອງ.
  • ມີປະສົບການໃນວຽກການຂາຍຢ່າງໜ້ອຍ 3 ປີ.
  • ມີປະສົບການຂາຍປະກັນໄພທົ່ວໄປ ຈະພິຈາລະນາເປັນພິເສດ.
  • ມີຄວາມຮູ້ ແລະ ທັກສະໃນວຽກການຂາຍ/ການຕະຫຼາດ.
  • ມີທັກສະໃນການຕໍ່ລອງ, ສື່ສານຈະແຈ້ງດີ ແລະ ສຸພາບ.
  • ມີຄວາມຮູ້ແລະເຂົ້າໃຈໃນການໂຄສະນາຜ່ານສື່ online ໃນ facebook / websit.
  • ສາມາດນໍາໃຊ້ຄອມພິວເຕີ (MS office ແລະ ຊອບແວມາດຕະຖານອື່ນໆ).
  • ສາມາດສື່ສານເປັນພາສາອັງກິດດີ.

ພະນັກງານບໍລິຫານ ແລະ ຕ້ອນຮັບ (1 ຕໍາແ່ງ)

Admin cum Receptionist

ພະນັກງານບໍລິຫານ ແລະ ຕ້ອນຮັບ ມີບົດບາດສໍາຄັນໃນການສ້າງຄວາມປະທັບໃຈໃຫ້ແກ່ລູກຄ້າ ແລະ ແຂກທີ່ມາພົວພັນວຽກ. ຮັບ ແລະ ບັນທຶກເອກະສານຂາເຂົ້າ – ຂາອອກ, ແຈກຢາຍເອກສານໃຫ້ພາກສ່ວນກ່ຽວຂ້ອງໃຫ້ກົງເວລາ. ກະກຽມເອກະສານສັ່ງຈ່າຍຕ່າງໆຂອງພະແນກ ແລະ ຊ່ວຍບັນທຶກການຂາດລາຂອງພະນັກງານ.

  • ຈົບຊັ້ນສູງ ຫລື ປະລິນຍາຕີສາຍບໍລິຫານ, ການເງິນ ຫລື ກ່ຽວຂ້ອງ
  • ມີປະສົບການຢ່າງໜ້ອຍ 1 ປີ ຊ່ວຍວຽກບໍລິຫານ, ພົວພັນລູກຄ້າ
  • ສາມາດນໍາໃຊ້ຄອມພິວເຕີ (MS office ແລະ ຊອບແວມາດຕະຖານອື່ນໆ).
  • ສາມາດສື່ສານເປັນພາສາອັງກິດໄດ້.

ປິດຮັບສະໝັກ/Application closing date: 25 ມີນາ 2022

ມາເປັນຄອບຄົວດຽວກັບ ທີເຄໄອ

Be a part of TKI’s family

ເອກະສານສະໝັກປະກອບມີ:

(1) ຊີວະປະຫວັດລ່າສຸດ, (2) ຟອມສະໝັກງານ (ທ່ານສາມາດດາວໂຫຼດເອົາແບບຟອມໃບສະໝັກຂອງທີເຄໄອໄດ້ໂດຍການກົດທີ່ Download Application Form) ຫຼື ໃນເວພໄຊບໍລິສັດ, (3) ໃບຜ່ານງານ, (4) ໃບແຈ້ງໂທດ, (5) ສໍາເນົາສໍາມະໂນຄົວ ຫຼື ບັດປະຊາຊົນ ແລະ ເອກະສານປະກອບອື່ນໆທີ່ສາມາດສະໜັບສະໜຸນໃບສະໜັກຂອງຜູ້ທີ່ຖືກຄັດເລືອກເຂົ້າສຳພາດຈະຖືກຕິດຕໍ່ຫາໂດຍທີມງານຂອງພວກເຮົາ. ເອກະສານທີ່ຢື່ນສະໝັກງານບໍ່ສາມາດສົ່ງຄືນໄດ້.

ຢື່ນໃບສະໝັກ ແລະ ເອກະສານກ່ຽວຂ້ອງໄດ້ທີ່:

ທ່ານ ສົ່ງມາທາງອີເມວ ຫຼື ສົ່ງສະບັບແທ້ ໃຫ້ແກ່ພະແນກບຸກຄະລາກອນຕາມທີ່ຢູ່ດ້ານລຸ່ມນີ້.

ຕິດຕໍ່ສອບຖາມຂໍ້ມູນເພີ່ມຕື່ມ ຫຼື ຢື່ນໃບສະໝັກງານໄດ້ທີ່: ບໍລິສັດ ທີເຄໄອປະກັນໄພທົ່ວໄປ ຈໍາກັດ

ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ

ໂທ/Tel: +856  21 417707, ແຟກ: +856 21 417705, E-mail: Pinthong.th@tkiinsurance.com

ດາວໂຫລດແບບຟອມສະໝັກງານ