ກ່ຽວກັບພວກເຮົາ

ຂໍ້ມູນກ່ຽວກັບບໍລິສັດ TKI Life Insurance Company Limited

TKI Life Insurance Company Limited, ບໍລິສັດ ທີເຄໄອ ປະກັນຊີວິດ ຈໍາກັດ ເປັນບໍລິສັດປະກັນຊີວິດທີ່ເລີ່ມປະກອບທຸລະກິດຢ່າງເປັນທາງການໃນເດືອນ ຕຸລາ ປີ 2017 ເຊີ່ງມີທຶນຈົດທະບຽນທັງໝົດ 16 ຕື້ກີບ ຫຼື ປະມານ 2 ລ້ານໂດລາສະຫະລັດ ປະກອບທຸລະກິດຫຼັກຄື: ໃຫ້ບໍລິການດ້ານປະກັນຊີວິດປະເພດຕ່າງໆເຊັ່ນ: ປະກັນຊີວິດແບບສາມັນ, ປະກັນຊີວິດແບບກຸ່ມ ແລະ ປະກັນອຸບັດຕິເຫດ ບໍລິສັດ ມີຄວາມມຸ່ງໝັ້ນທີ່ຈະເປັນບໍລິສັດປະກັນຊີວິດຊັ້ນນໍາທີ່ມີມາດຕະຖານສາກົນ ແລະ ເນັ້ນການໃຫ້ບໍລິການຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ, ຕົວແທນ ແລະ ພະນັກງານດ້ວຍຄວາມຊື່ສັດ ນອກຈາກນີ້ບໍລິສັດຍັງໃຫ້ຄວາມສໍາຄັນກັບກິດຈະກໍາທີ່ສ້າງປະໂຫຍດຕອບແທນສັງຄົມເພື່ອທຸລະກິດທີ່ຍືນຍົງ.

ການຮ່ວມທຶນ ຂອງ ບໍລິສັດ
  • TK Group, ບໍລິສັດ ທີເຄ ກຣຸບ ຈໍາກັດ ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວມາແຕ່ປີ 2005 ເຊິ່ງດໍາເນີນ ທຸລະກິດຫຼາຍປະເພດ ແລະ ມີຄວາມໝັ້ນຄົງແຂງແກ່ນໃນຫຼາກຫຼາຍອຸດສາຫະກໍາເຊັ່ນ: ເຮັດເໝືອງແຮ່       ກໍ່ສ້າງ-  ຂົວທາງ, ອະສັງຫາລິມະຊັບ, ພະລັງງານ ແລະ ອື່ນໆ.
  • Navakij Insurance PCL., ບໍລິສັດ ນະວະກິດປະກັນໄພ ຈໍາກັດ (ມະຫາຊົນ) ເປັນບໍລິສັດ ປະກັນວິນາດສະໄພໄທທີ່ຈົດທະບຽນໃນຕະຫຼາດຫຼັກຊັບແຫ່ງປະເທດໄທ. ມີຄວາມໝັ້ນຄົງດ້ານ ການເງິນ, ມີຄວາມຊ່ຽວຊານ ແລະ ປະສົບການດ້ານການຮັບປະກັນໄພຫຼາຍກວ່າ 80 ປີ. ໃຫ້ບໍລິການຮັບປະກັນໄພທີ່ຫຼາກຫຼາຍ ແລະ ມີສາຂາ 28 ແຫ່ງ ກະຈ່າຍຢູ່ທຸກພູມມີພາກຂອງປະເທດ.
  • Thaire Life Assurance PCL., ບໍລິສັດ ໄທຣີ ປະກັນຊີວິດ ຈໍາກັດ (ມະຫາຊົນ) ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 5 ມັງກອນ ປີ 2000 ເປັນບໍລິສັດຮັບປະກັນໄພຕໍ່ດ້ານປະກັນຊີວິດທີ່ດໍາເນີນທຸລະກິດແຫ່ງດຽວໃນປະເທດໄທ ເປັນບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບໃນປະເທດໄທ ເຊີ່ງປະຈຸບັນບໍລິສັດມີທຶນຈົດທະບຽນທີ່ຊໍາລະແລ້ວລວມ 600 ລ້ານບາດ ໃຫ້ບໍລິການຮັບປະກັນໄພຕໍ່ດ້ານປະກັນຊີວິດໃຫ້ກັບບໍລິສັດປະກັນຊີວິດໃນປະເທດໄທເຊັ່ນ: ປະກັນຊີວິດແບບສາມັນ, ປະກັນຊີວິດແບບກຸ່ມ, ປະກັນຊີວິດຄຸ້ມຄອງສິນເຊື່ອ, ປະກັນອຸບັດຕິເຫດສ່ວນບຸກຄົນ ແລະ ປະກັນສຸຂະພາບ.
ພາລະກິດ
  • ເປັນຜູ້ນໍາທຸລະກິດປະກັນໄພທົ່ວໄປ ແລະ ປະກັນຊີວິດດ້ວຍມາດຕະຖານສາກົນ.
  • ດໍາເນີນທຸລະກິດທີ່ຕອບສະໜອງຄວາມຕ້ອງການ ຂອງ ລູກຄ້າດ້ວຍຄວາມຊືື່ສັດ ແລະ ຄົງໄວ້ເຊິ່ງມາດຕະຖານການບໍລິການໃນລະດັບດີຢ້ຽມ.
  • ເປັນອົງກອນທີ່ມອບຄວາມເພິ່ງພໍໃຈສູງສຸດໃຫ້ແກ່ຜູ້ຖືຫຸ້ນ ແລະ ເປັນຜູ້ສະໜັບສະໜູນດີເດັ່ນໃຫ້ ແກ່ສັງຄົມ ເພື່ອການບໍລິຫານງານຢ່າງຍືນຍົງ.
 ວິໄສທັດ.
  • ເປັນຜູ້ນໍາທຸລະກິດປະກັນວິນາດສະໄພ ແລະ ປະກັນຊີວິດດ້ວຍຄວາມໝັ້ນຄົງ, ຊື່ສັດ ແລະ ສ້າງສັນ.
  • ມຸ້ງເນັ້ນຄຸນະພາບ, ຄຸນຄ່າ ຄູ່ຄຸນະທຳ.

 

ຂໍ້ມູນກ່ຽວກັບບໍລິສັດ TKI General Insurance Company Limited

TKI General Insurance Company Limited ບໍລິສັດ ທີເຄໄອ ປະກັນໄພທົ່ວໄປ ຈຳກັດ, ທີ່ເລີ່ມຕົ້ນປະກອບທຸລະກິດຢ່າງເປັນທາງການໃນເດືອນຕຸລາ 2017. ເຊີ່ງມີທຶນຈົດທະບຽນທັງໝົດ 16 ຕື້ກີບ ຫຼື ປະມານ   2 ລ້ານໂດລາສະຫະລັດ. ໃຫ້ບໍລິການຮັບປະກັນໄພສໍາລັບກຸ່ມທຸລະກິດອົງກອນ ຫຼື ກຸ່ມລູກຄ້າລາຍຍ່ອຍ ໃນຫຼາກຫຼາຍຮູບແບບປະກັນໄພ ເຊັ່ນວ່າ: ປະກັນໄພຍານພາຫະນະ, ປະກັນໄພອຸບັດເຫດສ່ວນບຸກຄົນ, ປະກັນອັກຄີໄພ ແລະ ປະກັນໄພຂົນສົ່ງທາງທະເລ.

ການຮ່ວມທຶນ ຂອງ ບໍລິສັດ
  1. TK Group, ບໍລິສັດ ທີເຄ ກຣຸບ ຈໍາກັດ ໄດ້ຮັບການສ້າງຕັ້ງ ແລະ ເຄື່ອນໄຫວມາແຕ່ປີ 2005 ເຊິ່ງດໍາເນີນ ທຸລະກິດຫຼາຍປະເພດ ແລະ ມີຄວາມໝັ້ນຄົງແຂງແກ່ນໃນຫຼາກຫຼາຍອຸດສາຫະກໍາເຊັ່ນ: ເຮັດເໝືອງແຮ່, ກໍ່ສ້າງ-ຂົວທາງ, ອະສັງຫາລິມະຊັບ, ພະລັງງານ ແລະ ອື່ນໆ.
  2. Navakij Insurance PCL., ບໍລິສັດ ນະວະກິດປະກັນໄພ ຈໍາກັດ (ມະຫາຊົນ) ເປັນບໍລິສັດ ປະກັນວິນາດສະໄພໄທທີ່ຈົດທະບຽນໃນຕະຫຼາດຫຼັກຊັບແຫ່ງປະເທດໄທ. ມີຄວາມໝັ້ນຄົງດ້ານ ການເງິນ, ມີຄວາມຊ່ຽວຊານ ແລະ ປະສົບການດ້ານການຮັບປະກັນໄພຫຼາຍກວ່າ 80 ປີ. ໃຫ້ບໍລິການຮັບປະກັນໄພທີ່ຫຼາກຫຼາຍ ແລະ ມີສາຂາ 28 ແຫ່ງ ກະຈ່າຍຢູ່ທຸກພູມມີພາກຂອງປະເທດ.
  3. The Falcon Insurance PCL., ບໍລິສັດ ຟອນຄອນ ປະກັນໄພ ຈໍາກັດ (ມະຫາຊົນ) ເປັນບໍລິສັດ ປະກັນວິນາດສະໄພ ທີ່ເລີ່ມປະກອບທຸລະກິດວິນາດສະໄພໃນປະເທດໄທປີ 2007 ໂດຍການຮ່ວມທຶນລະຫວ່າງບໍລິສັດ ນະວະກິດປະກັນໄພ ຈໍາກັດ (ມະຫາຊົນ) ແລະ Falcon Insurance Company (Hong Kong) Limited ເຊິ່ງເປັນບໍລິສັດໃນກຸ່ມ Fairfax Financial Holdings Limited ຜູ້ໃຫ້ບໍລິການດ້ານການເງິນທີ່ໝັ້ນຄົງໃນປະເທດແຄນນາດາ ມີສິນຊັບຫຼາຍກ່ວາ 41,000 ລ້ານໂດລາສະຫະລັດ. ຟອນຄອນປະກັນໄພມີເງິນທຶນປະມານ 15 ລ້ານໂດລາສະຫະລັດ ແລະ ມີການເຕີບໂຕ ເຖິງ 35% ພາຍໃນໄລຍະເວລາ 10 ປີ ທີ່ໄດ້ປະກອບທຸລະກິດປະກັນວິນາດສະໄພ.
ພາລະກິດ
  • ເປັນຜູ້ນໍາທຸລະກິດປະກັນໄພທົ່ວໄປ ແລະ ປະກັນຊີວິດດ້ວຍມາດຕະຖານສາກົນ.
  • ດໍາເນີນທຸລະກິດທີ່ຕອບສະໜອງຄວາມຕ້ອງການ ຂອງ ລູກຄ້າດ້ວຍຄວາມຊືື່ສັດ ແລະ ຄົງໄວ້ເຊິ່ງມາດຕະຖານການບໍລິການໃນລະດັບດີຢ້ຽມ.
  • ເປັນອົງກອນທີ່ມອບຄວາມເພິ່ງພໍໃຈສູງສຸດໃຫ້ແກ່ຜູ້ຖືຫຸ້ນ ແລະ ເປັນຜູ້ສະໜັບສະໜູນດີເດັ່ນໃຫ້ ແກ່ສັງຄົມ ເພື່ອການບໍລິຫານງານຢ່າງຍືນຍົງ.
ວິໄສທັດ
  • ເປັນຜູ້ນໍາທຸລະກິດປະກັນວິນາດສະໄພ ແລະ ປະກັນຊີວິດດ້ວຍຄວາມໝັ້ນຄົງ, ຊື່ສັດ ແລະ ສ້າງສັນ.
  • ມຸ້ງເນັ້ນຄຸນນະພາບ, ຄຸນຄ່າ ຄູ່ຄຸນນະທໍາ.